10 集

Lao X Files
ລາຍການຂອງພວກເຮົາ ຈະເປັນການນຳເອົາເລື່ອງລາວຄະດີຕ່າງໆ ເລື່ອງເລິກລັບຕ່າງໆ ທີ່ເປັນຄະດີຈິງ ມາເລົ່າສູ່ກັນຟັງ ບາງຄົນອາດຈະມັກຟັງເລື່ອງແນວນີ້ ເພື່ອຄວາມມ່ວນຊື່ນ ຕື່ນເຕັ້ນ ຟັງຕອນຂັບລົດຈຶ່ງບໍ່ເຫງົານອນ ຫລືຈະຟັງໄວ້ເປັນຄະຕິເຕືອນໃຈ ອຸທາຫອນ ແລະບົດຮຽນຊີວິດ ຈາກເລື່ອງຈິງເຫລົ່ານີ້

Lao X Files Unknown

    • 教育

Lao X Files
ລາຍການຂອງພວກເຮົາ ຈະເປັນການນຳເອົາເລື່ອງລາວຄະດີຕ່າງໆ ເລື່ອງເລິກລັບຕ່າງໆ ທີ່ເປັນຄະດີຈິງ ມາເລົ່າສູ່ກັນຟັງ ບາງຄົນອາດຈະມັກຟັງເລື່ອງແນວນີ້ ເພື່ອຄວາມມ່ວນຊື່ນ ຕື່ນເຕັ້ນ ຟັງຕອນຂັບລົດຈຶ່ງບໍ່ເຫງົານອນ ຫລືຈະຟັງໄວ້ເປັນຄະຕິເຕືອນໃຈ ອຸທາຫອນ ແລະບົດຮຽນຊີວິດ ຈາກເລື່ອງຈິງເຫລົ່ານີ້

    Dyatlov Pass "ທາງຜ່ານນາຮົກ" | LaoXFiles - Podcast EP15

    Dyatlov Pass "ທາງຜ່ານນາຮົກ" | LaoXFiles - Podcast EP15

    ນັກປີນເຂົາຊາວລັດເຊຍ 9 ຄົນໄດ້ພາກັນໄປປີນເຂົາ Ural ໃນປີ 1959.ຫລັງຈາກມີ່ພວກເຂົາຫາຍໂຕໄປດົນຜິນປົກກະຕິ, ເຈົ້າຫນ້າທີ່ກໍໄດ້ເລິ່ອອກຕາມຫາ.ແລ້ວພົບວ່າທັງ 9 ຄົນແມ່ນເສີຍຊີວິດແລ້ວ. ຈາກຫລັກຖານໃນທີ່ເກີດເຫດ, ເຈົ້າຫນ້າມີ່ສັນນິທານວ່າ ໃນຄືນທຳອິດທີ່ພວກເຂົາຕັ້ງເຕັ້ນນັ້ນ, ເບິ່ງຄືວ່າມີບາງສິ່ງບາງຢ່າງທີ່ເຮັດໃຫ້ພວກເຂົາຕ້ອງຫນີອອກມາຈາກເຕັ້ນຢ່າງກະທັນຫັນ ໂດຍການເອົາມີດປາດອອກມາຈາກໃນເຕັ້ນ. ແປກກວ່າຫັ້ນແມ່ນພວກເຂົາບໍ່ໄດ້ໃສ່ເຄື່ອງທີ່ກັນຄວາມຫນາວຕອນອອກມາເລີຍ ໃນຂະນະທີ່ອຸນຫະພຸມຕ່ຳກວ່າ 0 ອົງສາ. ທັງ 9 ຄົນໄດ້ພົບວ່າຕາຍຢ່າງປະຫລາດ ແລະ ຮອດທຸກມື້ນີ້ກໍຍັງບໍ່ມີໃຜມີບົດສະຫລຸບວ່າເກີດຫຍັງຂຶ້ນແທ້ກັບພວກເຂົາ. ໄດ້ມີການແຈ້ງວ່າ 6 ຄົນແມ່ນຕາຍຍ້ອນຄວາມຫນາວ, ສ່ວນອີກ 3 ຄົນແມ່ນຕາຍຍ້ອນໄດ້ຮັບບາດເຈັບສາຫັດທາງຮ່າງກາຍ, ເຊັ່ນ: ຄົນຫນຶ່ງແມ່ນກະໂຫລກລ້າວ ແລະ ຫລັງຫັກ; ອີກຄົນແມ່ນແກ່ນຕາທັງສອງຂ້າງ ແລະ ລີ້ນຫາຍໄປ; ແລະ ອີກຄົນແມ່ນກະດູກຫນ້າເອີກແຕກ. ຈາກຮ່ອງຮ່ອຍທີ່ພວກເຂົາຖິ້ມໄວ້ເຮັດໃຫ້ນັກວິທະຍາສາດບໍ່ເຂົ້າໃຈວ່າແມ່ນຫຍັງທີ່ເຮັດໃຫ້ພວກເຂົາຕ້ອງຮີບຫນີອອກຈາກເຕັ້ນ ແລະ ຫນີໄປຈາກຈຸດຕັ້ງຫລັກຂອງພວກເຂົາ ແລະ ເປັນຫຍັງອີກສາມຄົນຄືບາດເຈັບສາຫັດແນວນັ້ນ. ຜູ້ຊ່ຽວຊານຫລາຍຄົນກະມີທິດສະດີຂອງຕົນເອງ ແຕ່ກໍບໍ່ມີທິດສະດີໃດທີ່ສາມາດຕອບຄຳຖາມໄດ້ຄົບຖ້ວນ.

    • 20 分鐘
    LaoXFiles EP14: ງາມແຕ່ຮູບຈູບບໍ່ຫອມ

    LaoXFiles EP14: ງາມແຕ່ຮູບຈູບບໍ່ຫອມ

    LaoXFiles - Podcast ລາຍການຂອງພວກເຮົາ ຈະເປັນການນຳເອົາເລື່ອງລາວຄະດີຕ່າງໆ ເລື່ອງເລິກລັບຕ່າງໆ ທີ່ເປັນຄະດີຈິງ ມາເລົ່າສູ່ກັນຟັງ ບາງຄົນອາດຈະມັກຟັງເລື່ອງແນວນີ້ ເພື່ອຄວາມມ່ວນຊື່ນ ຕື່ນເຕັ້ນ ຟັງຕອນຂັບລົດຈຶ່ງບໍ່ເຫງົານອນ ຫລືຈະຟັງໄວ້ເປັນຄະຕິເຕືອນໃຈ ອຸທາຫອນ ແລະບົດຮຽນຊີວິດ ຈາກເລື່ອງຈິງເຫລົ່ານີ້

    • 18 分鐘
    EP13 ການແກ້ແຄ້ນຂອງສຸພາບບູລຸດ

    EP13 ການແກ້ແຄ້ນຂອງສຸພາບບູລຸດ

    Elliot Rodger ເປັນຄົນທີ່ບໍ່ມີຫມູ, ບໍ່ມີສັງຄົມຕັ້ງແຕ່ນ້ອຍ. ລະຖືກຜູ້ຍິງປະຕິເສດມາຕະຫລອດ. ຈຶ່ງເຮັດໃຫ້ເກີດການຊັ່ງຜູ້ຍິງເຂົ້າກະດູກ. ລາວໄດ້ເຮັດ youtube channel ຂຶ້ນມາເພື່ອລະບາຍຄວາມນ້ອຍອົກນ້ອຍໃຈ ແລະ ສະແດງຄວາມຄຽດແຄ້ນຕໍ່ຜູ້ຍິງ ແລະ ສັງຄົມ. ລາວຈະເວົ້າຍຳ້ຢູ່ຕະຫລອດວ່າ ລາວຫນ້າຕາດີປານດີ, ເວົ້າຈາສຸພາບປານນີ້, ເປັນສຸພາບບູລຸດປານນີ້, ເປັນຫຍັງຜູ້ຍິງຄືບໍ່ໃຫ້ໂອກາດລາວ. ເປັນຫຍັງຈຶ່ງພາກັນມັກພວກຜູ້ຊາຍທີ່ບໍ່ດີ. ຫລັງຈາກເຮັດແນວໃດກະບໍ່ມີແຟນ, ບໍ່ເຄີຍແມ້ແຕ່ຈູບ, ລາວຈຶ່ງວາງແຜນການຂ້າຂຶ້ນ, ເພາະຖ້າວ່າສັງຄົມບໍ່ໃຫ້ໂອກາດລາວໄດ້ມີແຟນງາມ, ມີຄວາມຮັກ, ລາວຈະລົງໂທດມະນຸດໂລກທຸກຄົນ.

    • 16 分鐘
    LaoXFiles EP.12: ອັດສະລິຍະຜູ່ຫລົງໄຫລໃນການຂ້າ

    LaoXFiles EP.12: ອັດສະລິຍະຜູ່ຫລົງໄຫລໃນການຂ້າ

    ຜ່ານກັນມາແລ້ວ 11 ຕອນສຳລັບລາຍການ Lao X File ຜູ່ຟັງໄດ້ຟັງຫລາກຫລາຍເລື່ອງລາວຂອງຄະດີ ແລະສ່ວນໃຫຍ່ໃນຄະດີນັ້ນກໍຈະຕ້ອງມີຜູ່ລົງມືກໍ່ເຫດ ກໍຄືຄາດຕະກອນ.ແລ້ວເຄີຍສົງໄສບໍ່ວ່າແມ່ນຫຍັງຄືສາເຫດ ທີ່ເຮັດໃຫ້ເກີດມີຄາດຕະກອນ ແມ່ນຫຍັງກັນທີ່ປັ້ນໃຫ້ເຂົາເຈົ້າກາຍເປັນຄາດຕະກອນ ຊີວິດໄວເດັກເຂົາເຈົ້າເປັນແນວໃດ ຈຶ່ງເຕີບໃຫຍ່ມາເປັນແບບນີ້



    ມື້ນີ້ Lao X File ຈະພາທ່ານໄປຮູ້ຈັກກັບຄາດຄະກອນຕໍ່ເນື່ອງ ທີ່ກໍ່ເຫດສະເທືອນຂວັນ ໂດຍທີ່ໂຕຂອງຄາດຕະກອນບໍ່ຮູ້ສຶກຜິດ ແລະຍັງຫລົງໄຫລໃນການຂ້າຄົນ ເອີ້ນໄດ້ວ່າເປັນຄາດຕະກອນທີ່ມີໄຫວພິບ ມີແນວຄຶດທີ່ສະຫລາດ ລາວຄົນນີ້ຊື່ວ່າ Edmund Kemper



    ເລື່ອງລາວຂອງຄາດຕະກອນລາຍນີ້ ຖືກນຳໄປສ້າງເປັນຊີຣີກຶ່ງສາລະຄະດີເລື່ອງ Mindhunter ຂອງທາງ Netflix ໃຜສົນໃຈໄປຊອກເບິ່ງໄດ້ ແລະໃນມື້ນີ້ເຮົາຈະມາຮູ້ຈັກເລື່ອງຂອງລາວກັນໃນ Lao X File ເປີດແຟ້ມເລື່ອງເລິກລັບຕອນ ອັດສະລິຍະຜູ່ຫລົງໄຫລໃນການຂ້າ

    ຕິດຕາມກັນໄດ້ໃນ Lao X Files ເປີດແຟ້ມເລື່ອງເລິກລັບຕອນ: ອັດສະລິຍະຜູ່ຫລົງໄຫລໃນການຂ້າ Edmund Kemper




    Youtube: https://youtu.be/_V-ONhFWnsg ແລະ ແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files

    • 37 分鐘
    Lao X Files EP.11: ຜູ່ຍິງທີ່ຖືກຈັບຂັງໃນກ່ອງໄມ້ 7 ປີ.

    Lao X Files EP.11: ຜູ່ຍິງທີ່ຖືກຈັບຂັງໃນກ່ອງໄມ້ 7 ປີ.

    ຄະດີທີ່ພວກເຮົາຈະນຳສະເຫນີໃນມື້ນີ້ ຕ້ອງບອກວ່າເປັນນຶ່ງໃນຄະດີທີ່ຫົດຫູ່ ແລະຫນ້າເສົ້າໃຈ ກັບເຫດການຂອງຍິງສາວຄົນນຶ່ງ ທີ່ຖືກຈັບໂຕໄປຂັງໄວ້ໃນກ່ອງໄມ້ ແລະຖືກຂົ່ມຂື່ນຊ້ຳແລ້ວຊ້ຳອີກ ເປັນເວລາດົນເຖິງ 7 ປີ ຄະດີນີ້ເປັນນຶ່ງໃນຄະດີໂດ່ງດັງຈົນມີການນຳໄປສ້າງເປັນສາລະຄະດີຫລາຍຄັ້ງ ແລະຍັງຖືກຮໍລີວູດນຳໄປສ້າງເປັນຫນັງອອກມາອີກໃນຊື່ເລື່ອງວ່າ Girl in the box ຄະດີນີ້ມີທີ່ໄປທີ່ມາແນວໃດ ເຫດການລະອຽດເປັນແນວໃດ ຕິດຕາມກັນໄດ້ໃນ Lao X Files ເປີດແຟ້ມເລື່ອງເລິກລັບຕອນ: ຜູ່ຍິງທີ່ຖືກຈັບຂັງໃນກ່ອງໄມ້ 7 ປີ.



    ທ່ານສາມາດຕິດຕາມ Lao X Files Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້:



    YouTube Channel: youtube.com/laoxchannel?sub_confirmation=1ຟັງຜ່ານ Youtube: https://youtu.be/Q_9RM-2aS8cແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files

    • 27 分鐘
    LaoXFiles Ep10 ແຜນຊ້ອນແຜນ

    LaoXFiles Ep10 ແຜນຊ້ອນແຜນ

    Lao X Files ໃນຕອນນີ້ຈະເວົ້າເຖິງຄະດີຂອງຜົວເມຍຄູ່ນຶ່ງ ເຊິ່ງຈັດໄດ້ວ່າເປັນເລື່ອງຫັກມຸມໄປມາ ຮັບປະກັນວ່າຕອນນີ້ມັນແນ່ນອນ ເຫດການເກີດຂຶ້ນເຊົ້າມື້ນຶ່ງເມື່ອຜູ່ເປັນເມຍ ອອກໄປ Gym ເພື່ອອອກກຳລັງກາຍຍາມເຊົ້າ ເປັນກິດຈະວັດ ແຕ່ແລ້ວກໍມີໂທລະສັບສາຍປິດສະຫນາໂທມາແລະ ຂໍໃຫ້ລາວກັບເມືອເຮືອນຢ່າງຮີບດ່ວນໂດຍບໍ່ບອກວ່າເກີດຫຍັງຂຶ້ນ.



    ເມື່ອຜູ່ເປັນເມຍກັບມາຮອດເຮືອນ ກໍພົບວ່າຫນ້າເຮືອນເຕັມໄປດ້ວຍລົດຕຳຫລວດ, ລົດໂຮງຫມໍ ແລະລົດນັກຂ່າວ ພ້ອມກັນນັ້ນອ້ອມຮອບເຮືອນກໍມີເຊືອກສີເຫລືອກງຂອງຕຳຫລວດຕິດອ້ອມເຮືອນຢູ່. ແລ້ວລາວກໍໄດ້ຮັບຂ່າວຮ້າຍຈາກຕຳຫລວດ ເມື່ອຕຳຫລວດແຈ້ງວ່າ ມີຄົນໄດ້ຍິນສຽງປືນໃນເຮືອນເຈົ້າແລ້ວແຈ້ງຕຳຫລວດ ຕຳຫລວດຈຶ່ງເຂົ້າກວດສອບແລະພົບວ່າຜົວຂອງເຈົ້າຖືກຂ້າຍິງເສຍຊີວິດແລ້ວ ແລ້ວໃຜເປັນຄົນຂ້າເກີດຫຍັງຂຶ້ນກັບຜົວຂອງລາວ ມາຕິດຕາມກັນໄດ້ໃນ Lao X Files EP10: ແຜນຊ້ອນແຜນ



    ທ່ານສາມາດຕິດຕາມ Lao X Files Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້:



    YouTube Channel: youtube.com/laoxchannel?sub_confirmation=1ຟັງຜ່ານ Youtube: https://youtu.be/4qtvy6dlfSgແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files

    • 29 分鐘

關於教育的熱門 Podcast

6 Minute English
BBC Radio
TED Talks Daily
TED
五分鐘心理學 - 樹洞香港 Podcast
樹洞香港 TreeholeHK
纵横四海
携隐Melody
英式英語一分鐘 with 蕭叔叔 2021
RTHK.HK
Learning English For Work
BBC News