ສະຕິມາປັນຍາເກີດ Siladham.com
-
- Religion & Spirituality
-
ສະຕິມາປັນຍາເກີດ ເປັນລາຍການ ວິທະຍຸທັມມະ ເລີ່ມ ອອກອາກາດ ຕັ້ງແຕ່ ວັນທີ 22 ພຶດສະພາ ພ.ສ 2554 (ຄ.ສ 2011) ຈົນເຖິງປັດຈຸບັນ. ອອກອາກາດທຸກໆມື້ເວລາ 6,00-7,00 AM ທາງສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ FM 95,00 ແລະ 99.70 MHz. ສະຕິມາ ປັນຍາເກີດ ເປັນລາຍການຫນື່ງ ພາຍໃຕ້ການຊີ້ນຳຂອງອົງການພຸດທະສາສນາສຳພັນແຫ່ງ ສປປ ລາວ
-
ຜູ້ປະສົບບຸນເປັນອັນຫຼາຍ
ລາຍການສະຕິມາປັນຍາເກີດປະຈຳວັນເສົາ ໂດຍ ແມ່ຂາວນ້ອຍ ແລະ ແມ່ຂາວບຸນມາ
-
ນານາຄະຕິທັມ ກ່ຽວກັບ ປາກ
ນານາຄະຕິທັມ ກ່ຽວກັບ ປາກ ຫຼືການເວົ້ານີ້ສຳຄັນຫຼາຍ ເພາະກ່ອນທີ່ເຮົາຈະເວົ້າຫຍັງອອກມາ ແມ່ນມາຈາກໃຈຂອງເຮົາກ່ອນ ຄຳເວົ້າ ເມື່ອເຮົາເວົ້າອອກໄປແລ້ວ ມັນຈະເປັນນາຍເຮົາ ຢ່າງທີ່ໂບຮານວ່າ ມືຖືສາກ ປາກຖືສິນ ໝາຍເຖີງໃຫ້ເຮົາລະມັດລະຫວັງຄຳເວົ້າຂອງເຮົາ ຄຳເວົ້າຄຳຈາໃຫ້ເປັນທັມເປັນວິໄນ ຫຼື ຮູ້ຈັກເວົ້າໃຫ້ຖືກກາລະ ເຖສະ ຮັບຟັງກ່ຽວເລື່ອງນີ້ ກັບ ພຣະອາຈານ ສີສຸກ ສະເຫຼີມຄຸນ.
-
ການປະຕິບັດຕໍ່ທິດຕ່າງໆ
ໃນສະຫໄຫມພຸດທະການມີຄວາມເຊື່ອເລື່ອງການໄຫວ້ທິດຕ່າງໆ ແຕ່ໃນທາງພຸດທະສາສະໜາແລ້ວ ກໍ່ມີການໄຫວ້ທິດ ຫຼື ການປະຕິບັດຕໍ່ ທິດຕ່າງໆເຫມືອນກັນ ພຣະພຸດທະເຈົ້າໄດ້ຕັດສອນພຣາມເລື່ອງການປະຕິບັດຕໍ່ທິດຕ່າງໆໄວ້ແນວໃດ ອັນໃດເປັນທາງແຫ່ງຄວາມເຊື່ອມ ແລະ ອັນໃດເປັນທາງແຫ່ງຄວາມຈະເລີນ ໂດຍ ພຣະອາຈານ ພຸດທະສອນ ລະຄອນຄຳ ແລະ ຍາຄູຄຳໄຜ່ ສິຣິປັນໂຍ
-
ຂອງແທ້ຂອງທຽມ
ມາເບິ່ງ ລັກສະນະຂອງແທ້ ຫຼື ຂອງແທ້ ແຕກຕ່າງກັນແນວໃດ່ ໃນທາງພຸດທະສາສະໜາ ເຮົາຮູ້ຈັກຂອງແທ້ ແລະ ຂອງທຽມແນວໃດ ແລ້ວ ຖ້າເຮົາຢາກຮູ້ຂອງແທ້ ຂອງທຽມເຮົາຈະສັງເກດໄດ້ແນວໃດ ມາຟັງທັດສະນະຂອງອາຈານ ອິນແແປງ ແລະ ພຣະອາຈານ ມະຫາອຸດອນ ອະນຸດຕະໂຣ
-
ໜ້າທີ່ຈຳເປັນຂອງມະນຸດ
ລາຍການ ສະຕິມາປັນຍາເກີດ ປະຈຳວັນສຸກ ໂດຍ ພຣະອາຈານ ຫຸມເພັງ ພັນທະສາໂຣ ຈາກວັດປ່າວິຈິດທັມມາຣາມນາທົ່ມ ເລື່ອງ ໜ້າທີ່ທີ່ຈຳເປັນຂອງມະນຸດ ຄື ການໃຫ້ທານ, ຮັກສາສິນ ແລະ ຈະເລີນເມດຕາພາວະນາ ພຣະອາຈານບອກວ່າ ຖ້າເຮົາເຮັດໄດ້ຄົບທັງ 3 ຢ່າງນີ້ ເຮົາເກີດມາພົບໃດຊາດໃດ ຈະເປັນຜູ້ມີ ໂພຄະຊັບສົມບັດ ຜິວພັນງົດງາມ ມີສະຕິອັນສະຫຼຽວສະຫຼາດ ເພາະອະນິສົງຂອງການໃຫ້ທານ ຮັກສາສິນ ແລະ ຈະເລີນເມດຕາພາວະນານີ້.
-
ໜ້າທີ່ຫຼັກໆຂອງເຮົາຄືຫຍັງ
ລາຍການ ສະຕິມາປັນຍາເກີດ ປະຈຳວັນຈັນ ເລື່ອງ ໜ້າທີ່ຫຼັກໆຂອງເຮົາຄືຫຍັງ ໃນການດຳເນີນຊີວິດ ເມື່ອເຮົາຕື່ນຂື້ນມາທຸກຄົນມີໜ້າທີ່ ແຕ່ລະຄົນມີໜ້າທີ່ບໍ່ຄືກັນ
ແຕ່ໜ້າທີ່ຫຼັກຂອງຄົນເຮົາແມ່ນອັນໃດ ທັມມະບັນຍາຍ ໂດຍ ພຣະອາຈານ ອິນແປງ ວັດປ່າໂພໄຊ