Read ອີ່ຫຼີ

Unknown
Read ອີ່ຫຼີポッドキャスト

Readອີ່ຫຼີ Podcast ລາຍການທີ່ຈະພາທ່ານໄປເຈາະຈິ້ມແລະວິເຄາະປຶ້ມທີ່ອ່ານໃຫ້ລຶກຊຶ້ງຂຶ້ນຕື່ມ ເພື່ອຮຽນຮູ້ພ້ອມກັບທຳຄວາມເຂົ້າໃຈຕົນເອງ ຜູ້ອື່ນ ແລະປາກົດການຕ່າງໆໃນສັງຄົມຫຼາຍໃຫ້ຂຶ້ນຜ່ານໂລກຂອງການອ່ານ

エピソード

  1. 2021/04/01

    ສົມຜົນຊີວິດ’ ໂຈດທີ່ແກ້ຍາກ ແຕ່ສາມາດອອກແບບໄດ້ | Readອີ່ຫຼີ EP.07

    ພວກເຮົາແຕ່ລະຄົນຕ່າງກໍມີວີທີການໃນການດຳລົງຊີວິດທີ່ແຕກຕ່າງກັນອອກໄປ ແຕ່ຄົງບໍ່ມີໃຜກ້າປະຕິເສດວ່າ ບາງຄັ້ງເຮົາຕ່າງກໍສັບສົນກັບທາງເລືອກຂອງຊີວິດຕົວເອງເຫຼືອເກີນ ເພາະບໍ່ຮູ້ວ່າອັນໃດຄືສິ່ງທີ່ດີທີ່ສຸດສຳລັບຕົວເອງ ຫຼືບາງຄັ້ງບໍ່ຮູ້ແມ່ນແຕ່ວ່າຕອນນີ້ເຮົາຮູ້ສຶກແນວໃດກັນແທ້ . ຫຼາຍຄົນກໍຄິດວ່າ ‘ຊີວິດເຮົາມີແຕ່ Version ດຽວ’ ແຕ່ຄວາມຈິງແລ້ວ ‘ຊີວິດຄົນເຮົາມີຫຼາຍ Version ແລະແຕ່ລະ Version ກໍສາມາດສ້າງຄວາມສຸກໄດ້’ . ຮ່ວມຮຽນຮູ້ແລະວາງແຜນການອອກແບບຊີວິດກັບ Readອີ່ຫຼີ EP.07 | ສົມຜົນຊີວິດ’ ໂຈດທີ່ແກ້ຍາກ ແຕ່ສາມາດອອກແບບໄດ້ #Readອີ່ຫຼີ

    38分
  2. 2021/03/25

    ຄຳສັນຍາທີ່ຕ້ອງຮັກສາແລະໂຊກຊາຕາທີ່ບໍ່ເປັນດັ່ງໃຈ | Readອີ່ຫຼີ EP.6

    ເຈົ້າເຄີຍໃຫ້ສັນຍາກັນໃຜຫຼືບໍ່? ຖ້າເຄີຍ…ແລ້ວຕອນນີ້ເດເຈົ້າຍັງຄົງຮັກສາມັນຢູ່ຫຼືບໍ່? ຕະຫຼອດຊ່ວງເວລາຊີວິດຂອງຄົນ ພວກເຮົາຕ່າງກໍເຄີຍເປັນທັງຜູ້ໃຫ້ສັນຍາ ຜູ້ຮັກສາສັນຍາ ແລະຜູ້ທີ່ຫຼົງລືມຄຳໝັ້ນສັນຍາ ເຊິ່ງແນ່ນອນວ່າມີທັງຕອນທີ່ເຮົາຜິດຫວັງ ເສຍໃຈແລະໂສກເສົ້າກັບຄຳສັນຍາເຫຼົານັ້ນມານັບຄັ້ງບໍ່ຖ້ວນ . ແຕ່ສຳລັບທ່ານແລ້ວ ‘ຄຳສັນຍາ’ ແມ່ນໝາຍເຖິງຫຍັງ? ບາງຄົນອາດຈະບອກວ່າຄຳສັນຍາຄືຄວາມໄວ້ເນື້ອເຊື່ອໃຈ, ຄຳສັນຍາຄືຄວາມຫວັງ, ແຕ່ໃນຂະນະດຽວກັນບາງຄົນກໍອາດຈະບອກວ່າ ‘ຄຳສັນຍາຄືຈຸດເລີ່ມຕົ້ນຂອງການລໍຄອຍອັນຍາວນານແລະສິ້ນຫວັງ’ . ຮ່ວມຄົ້ນຫາຄວາມໝາຍຂອງຄຳສັນຍາ ເມື່ອເຮົາບໍ່ອາດຂັດຂວາງການປ່ຽນແປງຂອງຊີວິດໄດ້ ແລະຄວາມຄິດຮອດເປັນພຽງສິ່ງດຽວທີ່ເຮັດໄດ້ໃນຍາມຄອງຄອຍໃຜຈັກຄົນໃຫ້ກັບມາ Readອີ່ຫຼີ EP.6 | ຄຳສັນຍາທີ່ຕ້ອງຮັກສາແລະໂຊກຊາຕາທີ່ບໍ່ເປັນດັ່ງໃຈ

    38分
  3. 2021/03/04

    Readອີ່ຫຼີ EP.4 | ຊາຍຊື່ອູເວ

    ຈາກນະວະນິຍາຍ ທີ່ນຳສະເໜີຕົວລະຄອນທີ່ເປັນຕົວແທນໃຫ້ແກ່ມະນຸດປ້າມະນຸດລຸງທີ່ເຮົາມັກຈະພົບເຫັນໄດ້ໃນຊີວິດຈິງ - ອູເວ ຊາຍເຖົ້າປາກຮ້າຍ ຂີ້ຫງຸດຫງິດແລະບໍ່ມີຄວາມເປັນມິດ ກັບການເດີນທາງຂອງຊີວິດ ທີ່ມີແຕ່ສີດຳ ແລະ ຂາວ ຊາຍຊື່ອູເວ A man called Ove ນະວະນິຍາຍຂາຍດີ best seller ຈາກສະວີເດັນ ແຕ່ງໂດຍ ຟຣຽດດຣິກ ບັກມັນ (Fredrik Backman) ກັບການນຳສະເໜີອີກໜຶ່ງຕົວຕົນຂອງຄົນຮຸ່ນ Baby Boomer ກັບເປົ້າໝາຍຄືການຂ້າຕົວຕາຍ ມາຮູ້ຈັກ ແລະ ຮ່ວມຮຽນຮູ້ຕົວຕົນທີ່ແທ້ຈິງ ແລະ ມິຕິທີ່ທັບຊ້ອນຢູ່ພາຍໃຕ້ສາກໜ້າຂອງເລື່ອງດັ່ງກ່າວກັບ Readອີ່ຫຼີ EP.4 | ຊາຍຊື່ອູເວ ກັບຄ່ານິຍົມແລະຕົວຕົນຂອງ Baby Boomer ສາມາດຕິດຕາມ Readອີ່ຫຼີ Podcast ຜ່ານຊ່ອງທາງຕ່າງໆໄດ້ຜ່ານທາງ • Youtube: https://youtu.be/bm80k02h-vE ແລະ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Read ອີ່ຫຼີ

    37分
  4. 2021/02/11

    READອິຫຼີ EP.01: ເພາະສິລະປະສູງສຸດຂອງຄົນຄືສິລະປະຂອງການໃຊ້ຊີວິດ

    ປະຕິເສດບໍ່ໄດ້ເລີຍວ່າການອ່ານໜັງສືປະເພດຕ່າງໆບໍ່ວ່າຈະເປັນ non-fiction ຫຼື fiction ຢ່າງວັນນະກຳຫຼືນະວະນິຍາຍໄດ້ຊ່ວຍໃຫ້ເຮົາມີໂອກາດສຶກສາຄວາມເປັນໄປຂອງຈິດໃຈມະນຸດຜ່ານການດຳເນີນເລື່ອງຂອງຊີວິດຕົວລະຄອນໃນຮູບແບບຕ່າງໆ ວິທີການເຮັດວຽກຂອງບົດສຳພາດກັບຈິດໃຈມະນຸດກໍເຊັ່ນດຽວກັນ ການອ່ານບົດສຳພາດເປັນອີກໜຶ່ງວິທີທາງໃນການຮຽນຮູ້ລົດຊາດຂອງຊີວິດທີ່ແຕກຕ່າງແລະຫຼາກຫຼາຍເຊິ່ງຫຼາຍຄົນມັກຈະເບິ່ງຂ້າມ. ຄຳຕອບພຽງສັ້ນໆບາງອັນອາດຈຸດປະກາຍໄຟແຫ່ງຄວາມຫວັງໃຫ້ກັບຜູ້ອ່ານໄດ້ ສະນັ້ນ EP ທຳອິດຂອງລາຍການ readອີ່ຫຼີ ຈຶ່ງໄດ້ຫຍິບຍົກເອົາ ‘Between Hello and Goodbye’ ຫຼື ‘ຄຣູ່ສົນທະນາ’ ປຶ້ມຮວມບົດສຳພາດກ່ຽວກັບການໃຊ້ຊີວິດຢ່າງມີຄວາມໝາຍແລະຄວາມໝາຍຂອງການໃຊ້ຊີວິດມາໂອ້ລົມກັນ ເພາະພວກເຮົາເຊື່ອວ່າບົດສົນທະນາດີໆບາງຄັ້ງກໍມີສະຖານະບໍ່ຕ່າງຫຍັງກັບແວ່ນສະທ້ອນເງົາຄວາມຄິດຂອງໂຕເຮົາເອງ Readອີ່ຫລີ EP.01: ເພາະສິລະປະສູງສຸດຂອງຄົນຄືສິລະປະຂອງການໃຊ້ຊີວິດ ທ່ານສາມາດຕິດຕາມ Read ອີ່ຫລີ Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້: YouTube Channel: youtube.com/laoxchannel?sub_confirmation=1ຟັງຜ່ານ Youtube: https://youtu.be/IOJxfVEuCSwແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files

    30分
  5. 2021/02/04

    Read ອີ່ຫລີ Podcast Ep:00

    EP.00 ພວກເຮົາເຊື່ອວ່າການອ່ານປຶ້ມບໍ່ໄດ້ເປັນພຽງກິດຈະກຳຍາມວ່າງຊະນິດໜຶ່ງ ແຕ່ການອ່ານຍັງນຳພາພວກເຮົາໄປສູ່ໂລກອີກໜຶ່ງໃບ ນັ້ນກໍຄືໂລກຂອງ ຈິນຕະນາການຄວາມບັນເທິງແລະຄວາມຮູ້ຕ່າງໆ ແຕ່ບາງຄັ້ງເນື້ອຫາທີ່ປາກົດຢູ່ໃນປຶ້ມຫຼາຍໆເຫຼັ້ມກໍບໍ່ໄດ້ເປີດເຜີຍຄວາມຈິງທັງໝົດທີ່ຜູ້ປະພັນຢາກສື່ ຫຼືອາດເວົ້າໄດ້ວ່າມີພາບຊ້ອນອີກຊັ້ນໜຶ່ງປິດບັງຢູ່ນັ້ນກໍຄື ມາຍາຄະຕິ ຄ່ານິຍົມຕ່າງໆ ອັນລວມໄປເຖິງຄວາມຄິດຄວາມເຊື່ອທີ່ເຊື່ອງຊ້ອນຢູ່ຢ່າງແນບນຽນ ສະນັ້ນການອ່ານບາງຄັ້ງກໍຕ້ອງໄດ້ອາໄສການວິເຄາະຫຼືເຊື່ອມໂຍງສິ່ງທີ່ອ່ານເຂົ້າກັບອົງຄວາມຮູ້ອື່ນໆພາຍນອກ Readອີ່ຫລີ Podcast ລາຍການທີ່ຈະພາທ່ານໄປເຈາະຈິ້ມແລະວິເຄາະປຶ້ມທີ່ອ່ານໃຫ້ລຶກຊຶ້ງຂຶ້ນຕື່ມ ເພື່ອຮຽນຮູ້ພ້ອມກັບທຳຄວາມເຂົ້າໃຈຕົນເອງ ຜູ້ອື່ນ ແລະປາກົດການຕ່າງໆໃນສັງຄົມຫຼາຍໃຫ້ຂຶ້ນຜ່ານໂລກຂອງການອ່ານ Readອີ່ຫລີ EP.00 Read Yourself, Read Others, Read ອີ່ຫລີ ທ່ານສາມາດຕິດຕາມ Read ອີ່ຫລີ Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້: YouTube Channel: youtube.com/laoxchannel?sub_confirmation=1ຟັງຜ່ານ Youtube: https://youtu.be/_giHB7m4sgsແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files

    9分

番組について

Readອີ່ຫຼີ Podcast ລາຍການທີ່ຈະພາທ່ານໄປເຈາະຈິ້ມແລະວິເຄາະປຶ້ມທີ່ອ່ານໃຫ້ລຶກຊຶ້ງຂຶ້ນຕື່ມ ເພື່ອຮຽນຮູ້ພ້ອມກັບທຳຄວາມເຂົ້າໃຈຕົນເອງ ຜູ້ອື່ນ ແລະປາກົດການຕ່າງໆໃນສັງຄົມຫຼາຍໃຫ້ຂຶ້ນຜ່ານໂລກຂອງການອ່ານ

露骨な表現を含むエピソードを聴くには、サインインしてください。

この番組の最新情報をチェック

サインインまたは登録して番組をフォローし、エピソードを保存し、最新のアップデートを入手しましょう。

国または地域を選択

アフリカ、中東、インド

アジア太平洋

ヨーロッパ

ラテンアメリカ、カリブ海地域

米国およびカナダ