8 episodes

Readອີ່ຫຼີ Podcast
ລາຍການທີ່ຈະພາທ່ານໄປເຈາະຈິ້ມແລະວິເຄາະປຶ້ມທີ່ອ່ານໃຫ້ລຶກຊຶ້ງຂຶ້ນຕື່ມ ເພື່ອຮຽນຮູ້ພ້ອມກັບທຳຄວາມເຂົ້າໃຈຕົນເອງ ຜູ້ອື່ນ ແລະປາກົດການຕ່າງໆໃນສັງຄົມຫຼາຍໃຫ້ຂຶ້ນຜ່ານໂລກຂອງການອ່ານ

Read ອີ່ຫຼ‪ີ‬ Unknown

    • Education

Readອີ່ຫຼີ Podcast
ລາຍການທີ່ຈະພາທ່ານໄປເຈາະຈິ້ມແລະວິເຄາະປຶ້ມທີ່ອ່ານໃຫ້ລຶກຊຶ້ງຂຶ້ນຕື່ມ ເພື່ອຮຽນຮູ້ພ້ອມກັບທຳຄວາມເຂົ້າໃຈຕົນເອງ ຜູ້ອື່ນ ແລະປາກົດການຕ່າງໆໃນສັງຄົມຫຼາຍໃຫ້ຂຶ້ນຜ່ານໂລກຂອງການອ່ານ

    ສົມຜົນຊີວິດ’ ໂຈດທີ່ແກ້ຍາກ ແຕ່ສາມາດອອກແບບໄດ້ | Readອີ່ຫຼີ EP.07

    ສົມຜົນຊີວິດ’ ໂຈດທີ່ແກ້ຍາກ ແຕ່ສາມາດອອກແບບໄດ້ | Readອີ່ຫຼີ EP.07

    ພວກເຮົາແຕ່ລະຄົນຕ່າງກໍມີວີທີການໃນການດຳລົງຊີວິດທີ່ແຕກຕ່າງກັນອອກໄປ ແຕ່ຄົງບໍ່ມີໃຜກ້າປະຕິເສດວ່າ ບາງຄັ້ງເຮົາຕ່າງກໍສັບສົນກັບທາງເລືອກຂອງຊີວິດຕົວເອງເຫຼືອເກີນ ເພາະບໍ່ຮູ້ວ່າອັນໃດຄືສິ່ງທີ່ດີທີ່ສຸດສຳລັບຕົວເອງ ຫຼືບາງຄັ້ງບໍ່ຮູ້ແມ່ນແຕ່ວ່າຕອນນີ້ເຮົາຮູ້ສຶກແນວໃດກັນແທ້ .



    ຫຼາຍຄົນກໍຄິດວ່າ ‘ຊີວິດເຮົາມີແຕ່ Version ດຽວ’ ແຕ່ຄວາມຈິງແລ້ວ ‘ຊີວິດຄົນເຮົາມີຫຼາຍ Version ແລະແຕ່ລະ Version ກໍສາມາດສ້າງຄວາມສຸກໄດ້’ .



    ຮ່ວມຮຽນຮູ້ແລະວາງແຜນການອອກແບບຊີວິດກັບ Readອີ່ຫຼີ EP.07 | ສົມຜົນຊີວິດ’ ໂຈດທີ່ແກ້ຍາກ ແຕ່ສາມາດອອກແບບໄດ້ #Readອີ່ຫຼີ

    • 37 min
    ຄຳສັນຍາທີ່ຕ້ອງຮັກສາແລະໂຊກຊາຕາທີ່ບໍ່ເປັນດັ່ງໃຈ | Readອີ່ຫຼີ EP.6

    ຄຳສັນຍາທີ່ຕ້ອງຮັກສາແລະໂຊກຊາຕາທີ່ບໍ່ເປັນດັ່ງໃຈ | Readອີ່ຫຼີ EP.6

    ເຈົ້າເຄີຍໃຫ້ສັນຍາກັນໃຜຫຼືບໍ່? ຖ້າເຄີຍ…ແລ້ວຕອນນີ້ເດເຈົ້າຍັງຄົງຮັກສາມັນຢູ່ຫຼືບໍ່? ຕະຫຼອດຊ່ວງເວລາຊີວິດຂອງຄົນ ພວກເຮົາຕ່າງກໍເຄີຍເປັນທັງຜູ້ໃຫ້ສັນຍາ ຜູ້ຮັກສາສັນຍາ ແລະຜູ້ທີ່ຫຼົງລືມຄຳໝັ້ນສັນຍາ ເຊິ່ງແນ່ນອນວ່າມີທັງຕອນທີ່ເຮົາຜິດຫວັງ ເສຍໃຈແລະໂສກເສົ້າກັບຄຳສັນຍາເຫຼົານັ້ນມານັບຄັ້ງບໍ່ຖ້ວນ .



    ແຕ່ສຳລັບທ່ານແລ້ວ ‘ຄຳສັນຍາ’ ແມ່ນໝາຍເຖິງຫຍັງ? ບາງຄົນອາດຈະບອກວ່າຄຳສັນຍາຄືຄວາມໄວ້ເນື້ອເຊື່ອໃຈ, ຄຳສັນຍາຄືຄວາມຫວັງ, ແຕ່ໃນຂະນະດຽວກັນບາງຄົນກໍອາດຈະບອກວ່າ ‘ຄຳສັນຍາຄືຈຸດເລີ່ມຕົ້ນຂອງການລໍຄອຍອັນຍາວນານແລະສິ້ນຫວັງ’ .



    ຮ່ວມຄົ້ນຫາຄວາມໝາຍຂອງຄຳສັນຍາ ເມື່ອເຮົາບໍ່ອາດຂັດຂວາງການປ່ຽນແປງຂອງຊີວິດໄດ້ ແລະຄວາມຄິດຮອດເປັນພຽງສິ່ງດຽວທີ່ເຮັດໄດ້ໃນຍາມຄອງຄອຍໃຜຈັກຄົນໃຫ້ກັບມາ Readອີ່ຫຼີ EP.6 | ຄຳສັນຍາທີ່ຕ້ອງຮັກສາແລະໂຊກຊາຕາທີ່ບໍ່ເປັນດັ່ງໃຈ

    • 37 min
    Readອີ່ຫຼີ EP.5 | ເກົາຫຼີໃຕ້ໃນຄວາມຊົງຈຳ ເຮືອນອີກຫຼັງ ວັດທະນະທຳແລະຄວາມເປັນຢູ່

    Readອີ່ຫຼີ EP.5 | ເກົາຫຼີໃຕ້ໃນຄວາມຊົງຈຳ ເຮືອນອີກຫຼັງ ວັດທະນະທຳແລະຄວາມເປັນຢູ່

    “Home Away From Home”
    .
    ບັນທຶກການກ້າວອອກນອກປະເທດຄັ້ງທຳອິດຂອງ “ກັອດ” ນັກເດີນທາງກັບບ້ານມືອາຊີບ ທີ່ບໍ່ເຄີຍຂ້າມຜ່ານ comfort zone ສູ່ເກົາຫຼີໃຕ້ - ປະເທດທີ່ໄປເທື່ອໃດ ໄດ້ຄວາມຊົງຈຳມາໃໝ່ຕະຫຼອດ
    .
    ຄົນແປກໜ້າແລະບົດສົນທະນາທີ່ຫຼາກຣົດນຳມາສູ່ຄວາມຊົງຈຳດີໆທີ່ກໍ່ໃຫ້ເກີດຄວາມຜູກພັນ ຈາກສະຖານະນັກທ່ອງທ່ຽວກໍກາຍເປັນຜູ້ຢູ່ອາໄສໃນທີ່ສຸດ
    .
    ມາຮ່ວມຊຶມຊັບປະສົບການແປກໃໝ່ຜ່ານການເດີນທາງໄລຍະຍາວທັງ 4 ລະດູ ແລະ ເຮືອນໃໝ່ອີກໜຶ່ງຫຼັງແຫ່ງນີ້

    • 30 min
    Readອີ່ຫຼີ EP.4 | ຊາຍຊື່ອູເວ

    Readອີ່ຫຼີ EP.4 | ຊາຍຊື່ອູເວ

    ຈາກນະວະນິຍາຍ ທີ່ນຳສະເໜີຕົວລະຄອນທີ່ເປັນຕົວແທນໃຫ້ແກ່ມະນຸດປ້າມະນຸດລຸງທີ່ເຮົາມັກຈະພົບເຫັນໄດ້ໃນຊີວິດຈິງ - ອູເວ ຊາຍເຖົ້າປາກຮ້າຍ ຂີ້ຫງຸດຫງິດແລະບໍ່ມີຄວາມເປັນມິດ ກັບການເດີນທາງຂອງຊີວິດ ທີ່ມີແຕ່ສີດຳ ແລະ ຂາວ



    ຊາຍຊື່ອູເວ A man called Ove ນະວະນິຍາຍຂາຍດີ best seller ຈາກສະວີເດັນ ແຕ່ງໂດຍ ຟຣຽດດຣິກ ບັກມັນ (Fredrik Backman) ກັບການນຳສະເໜີອີກໜຶ່ງຕົວຕົນຂອງຄົນຮຸ່ນ Baby Boomer ກັບເປົ້າໝາຍຄືການຂ້າຕົວຕາຍ



    ມາຮູ້ຈັກ ແລະ ຮ່ວມຮຽນຮູ້ຕົວຕົນທີ່ແທ້ຈິງ ແລະ ມິຕິທີ່ທັບຊ້ອນຢູ່ພາຍໃຕ້ສາກໜ້າຂອງເລື່ອງດັ່ງກ່າວກັບ Readອີ່ຫຼີ EP.4 | ຊາຍຊື່ອູເວ ກັບຄ່ານິຍົມແລະຕົວຕົນຂອງ Baby Boomer



    ສາມາດຕິດຕາມ Readອີ່ຫຼີ Podcast ຜ່ານຊ່ອງທາງຕ່າງໆໄດ້ຜ່ານທາງ



    • Youtube: https://youtu.be/bm80k02h-vE ແລະ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Read ອີ່ຫຼີ

    • 36 min
    Readອີ່ຫຼີ EP.03: ການເດີນທາງຂອງຈັກກະວານແລະວິວັດທະນາການຂອງມະນຸດ

    Readອີ່ຫຼີ EP.03: ການເດີນທາງຂອງຈັກກະວານແລະວິວັດທະນາການຂອງມະນຸດ

    ຈາກຄວາມສົງໄສທີ່ວ່າ ຈັກກະວານ ໂລກ ແລະ ສິ່ງມີຊີວິດໃນທຸກມື້ນີ້ກຳເນີດຂຶ້ນມາໄດ້ແນວໃດ?
    .
    ສຳລັບຕົວມະນຸດເອງມັກຈະຍິນເລື້ອຍໆວ່າ ມະນຸດເປັນສັດປະເສີດ ໃນຂະນະດຽວກັນກໍມີອີກສຽງບອກວ່າມະນຸດກໍບໍ່ຕ່າງຫຍັງລິງປະເພດອື່ນໆໃນທຳມະຊາດ
    .
    ມາຮ່ວມຄົ້ນຫາຄຳຕອບກັບ Readອີ່ຫຼີ EP.03 | ການເດີນທາງຂອງຈັກກະວານແລະວິວັດທະນາການຂອງມະນຸດ



    ທ່ານສາມາດຕິດຕາມ Read ອີ່ຫລີ Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້:



    YouTube Channel: youtube.com/laoxchannel?sub_confirmation=1Youtube: https://youtu.be/5GrVIZlJyzUແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files

    • 45 min
    Readອີ່ຫຼີ EP.02: ກະຢ່າແມະຊີວິດຂ້ອຍ

    Readອີ່ຫຼີ EP.02: ກະຢ່າແມະຊີວິດຂ້ອຍ

    ຈາກປຶ້ມທີ່ມີຍອດຂາຍ 2 ລ້ານເຫຼັມທົ່ວໂລກ ຕິດອັນດັບປຶ້ມຂາຍດີເທິງເວັບໄຊ Amazon 37 ອາທິດຕໍ່ກັນ .
    ການເບິ່ງຊີວິດແບບມຸມກັບມັນດີແທ້ບໍ່? ຫຼື ເປັນພຽງກັນເບິ່ງຊີວິດແລະບັນຕາມຄວາມເປັນຈິງ
    .
    ມາຮ່ວມຄົ້ນຄິດ ພ້ອມຄົ້ນຫາຄຳຕອບໄປນຳກັນໄດ້ທີ່ Readອີ່ຫຼີ Ep.02 | ຊີວິດຂ້ອຍ ກະຢ່າແມະ!



    ທ່ານສາມາດຕິດຕາມ Read ອີ່ຫລີ Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້:



    YouTube Channel: youtube.com/laoxchannel?sub_confirmation=1Youtube: https://youtu.be/Lr4V9JroT5Uແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files

    • 31 min

Top Podcasts In Education

The Mel Robbins Podcast
Mel Robbins
The Jordan B. Peterson Podcast
Dr. Jordan B. Peterson
Mick Unplugged
Mick Hunt
Small Doses with Amanda Seales
Urban One Podcast Network
TED Talks Daily
TED
School Business Insider
John Brucato